Style Guide Lao (lo)

ເພື່ອເຮັດໃຫ້ມີຄວາມສະດວກສະບາຍຕໍ່ຜູ້ຕ້ອງການເຂົ້າມາແປ Mozilla Firefox ໃຫມ່ ແລະ ເຮັດໃຫ້ການແປມີຄວາມເປັນເອກະພາບກັນ. ດັ່ງນັ້ນຂ້າພະເຈົ້າຈຶ່ງໄດ້ສ້າງວິທີການແປ ຫລື Style Guide ນີ້ຂື້ນມາ ແລະ ພ້ອມດ້ວຍ Glossary ສຳລັບຄຳສັບທີ່ບໍ່ມີຄວາມຫມາຍໃນພາສາລາວ. ແນ່ນອນວ່າ Style Guide ອາດຈະບໍ່ຄົບຖ້ວນສົມບູນ ຖ້າໃຜມີຄວາມຄິດທີ່ດີກ່ວາກໍ່ສາມາດສະແດງຄຳເຫັນໄດ້.

ພະລິດຕະພັນຂອງ Mozilla ທີ່ເຮົາຈະແປແມ່ນມີດັ່ງລຸ່ມນີ້:

* Mozilla Firefox for iOS
* Mozilla Firefox for Android Aurora
* Mozilla Firefox Aurora
* Mozilla.org
* SUMO

ລະດັບຄວາມສຳຄັນໃນການແປແມ່ນເລີມໄລເລ່ຍລົງມາຕາມລຳດັບ.

1. ເຄື່ອງມືໃນການແປ

ເຄື່ອງມືທີ່ເຮົາຈະນຳໃຊ້ເຂົ້າໃນການແປແມ່ນເຮົາຈະນຳໃຊ້ Pontoon ເປັນຫລັກເຂົ້າໃນການແປ. ທ່ານສາມາດເຂົ້າໄປລົງທະບຽນໄດ້ທີ່ https://pontoon.mozilla.org/lo/ ຫລັງຈາກລົງທະບຽນແລ້ວກະລຸນາຕິດຕໍ່ຕິດ Manager ຢູ່ Pontoon ໂດຍການສົ່ງອີເມວ ເພື່ອໃຫ້ Managers ອະນຸຍາດໃຫ້ເລີ່ມການແປ.

2. ການຂຽນທັບສັບ

ຄຳສັບລຸ່ມນີ້ແມ່ນຄຳສັບທີ່ບໍ່ຄວາມຫມາຍໃນພາສາລາວທີ່ເຮົາບໍ່ສາມາດແປໄດ້ ດັ່ງນັ້ນໃຫ້ຂຽນທັບສັບ ໄປເລີຍ. ໃນການຂຽນທັບສັບນັ້ນແມ່ນໃຫ້ຂຽນເປັນສາລາວ ຫລື ຂຽນເປັນພາສາອັງກິດເລີຍກະໄດ້ຖ້າຫາກວ່າ ຄຳສັບນັ້ນເປັນຊື່ສະເພາະ ຫລື ຄຳສັບທີ່ເຮົາບໍ່ສາມາດຂຽນເປັນພາສາລາວໄດ້ ຫລື ຖ້າຫາກຂຽນໄປແລ້ວຢ້ານ ຄົນອື່ນບໍ່ເຂົ້າໃຈ.

App = ແອັບ
Application = ແອັບພລິເຄຊັນ
Post = ໂພສ
Email = ອີເມວ
Offline = ອັອບລາຍ
Online = ອອນລາຍ
Search = ຊອກຫາ
Find =  ຄົ້ນຫາ
Share = ແບ່ງປັນ
Sign in = ເຂົ້າສູ່ລະບົບ
Firefox = Firefox
Mozilla = Mozilla
Sync = Sync
Links = ລີ້ງຄ໌
Tabs = ແທັບ

3. ວິທີການແປປະໂຫຍກທີ່ Code ປົນຢູ່ນຳ.

ໃນການແປປະໂຫຍກທີ່ມີໂຄດປົນຢູ່ນຳນັ້ນແມ່ນເຮົ່າຈະບໍ່ແປໃນສ່ວນທີ່ເປັນ Code ແຕ່ຈະປະໄວ້ໃນ ຮູບແບບເດີ່ມຂອງມັນ.ເຮົາຈະແປແຕ່ສ່ວນທີ່ເປັນປະໂຫຍກພາສາອັງກິດໃຫ້ຖືກຕາມຫລັກໄວຍາກອນຂອງ ພາສາອັງກິດ.

ຕົວຢ່າງ:

  • Playing audio – &formatS; ---> ກຳລັງເປີດອູດິໂອ – &formatS;
  • &vendorShortName; &brandShortName; ---> &vendorShortName; &brandShortName; ປະໄວ້ຮູບເດີ່ມ ບໍ່ຕ້ອງແປຫຍັງເລີຍ

Pontoon Screen Shot 1

  • About &brandShortName;, FAQs, feedback ---> ກ່ຽວກັບ &brandShortName;, ຄຳຖາມທີພົບເປັນປະຈຳ, ຄໍາຄິດເຫັນ

Pontoon Screen Shot 1